ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານ​ ປະເທດ​ຫວຽດນາມ ເຂົ້າ​ຮ່ວມ​ວັນ​ບຸນ​ມະຫາ​ສາມັກຄີ​
ທົ່ວ​ປວງ​ຊົນ​ທັງ​ຊາດ ຄົບຮອບ
93 ປີ

     ໜັງສືພິມ​ກອງທັບ​ຫວຽດນາມ ລາຍ​ງານ​ວັນ​ທີ 12 ພະຈິກ, ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ 93 ປີ ​ວັນ​ສ້າງ ຕັ້ງ​ແນວ​ໂຮມ ​ປະ
ເທດ​ຊາດ​ຫວຽດນາມ​ເອກະ​ພາບ​ແຫ່ງ​ຊາດ (18-11-1930/18-11-2023), ຕອນ​ເຊົ້າ​ວັນ​ທີ 11 ພະຈິກ, ທ່ານ ຫວໍ ​ວັນ ​ເຖືອງ ປະທານ​
ປະເທດ​ຫວຽດນາມ ໄດ້​ເຂົ້າ​ຮ່ວມ​ວັນ​ບຸນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ກັບ​ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ ຢູ່​ບ້ານ​ ໄຊ​ຢຶງ, ຕາແສງ
ຊວຍ​ຈາຍ, ເມືອງ ​ເຊີນ​ຮວ່າ, ແຂວງ ​ຝຸ​ອຽນ ແລະ ເຂດ​ຊຸມ​ຊົນ​ເລກ 10, ຕາແສງ​ ຮວ່າ​ຮຽນ​ບັກ, ເມືອງ​ ລຽນ​ຈຽວ, ນະຄອນ​ດາ​ນັງ.

     ທ່ານ ​ປະທານ​ປະເທດ​ຫວຽດນາມ ເນັ້ນ​ໜັກ​ວ່າ: ຈິດໃຈ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ແມ່ນ​ມູນເຊື້ອ​ອັນ​ລໍ້າຄ່າ​ຂອງ​ຊາດ.
ດ້ວຍ​ອັດຕາ​ຄອບຄົວ​ທຸກ​ຍາກ​ຍັງ​ຢູ່​ລະດັບ​ສູງ, ໜ້າທີ່​ສຳຄັນ​ແຖວ​ໜ້າ​ຂອງ​ປະຊາຊົນ​ຕາແສງ ​ຊວຍ​ຈາຍ ແມ່ນ​ສາມັກຄີ​ກັນ​ລົບ​ລ້າງ​ຄວາມ​
ອຶດຫິວ​ຫຼຸດ ຜ່ອນ​ຄວາມ ທຸກ​ຍາກ​ແບບ​ຍືນ​ຍົງ, ສູ້​ຊົນ​ທຸກໆ​ປີ, ອັດຕາ​ຄອບຄົວ​ທຸກ​ຍາກ​ຈະ​ຫຼຸດ​ລົງ​ປະມານ 3-4 % ຫຼື ສູງ​ກວ່າ. ຂໍ​ໃຫ້​
ພໍ່​ແມ່​ປະຊາຊົນ​ຈະ​ເອົາໃຈໃສ່, ສ້າງ​ເງື່ອນໄຂ​ທີ່​ສະດວກ​ໃຫ້​ແກ່​ພາລະກິດ​ແຫ່ງ​ການ​ຮໍ່າຮຽນ​ຂອງ​ລູກ​ຫຼານ​ຕົນ ຍ້ອນ​ວ່າການ​ຮຽນ​ແມ່ນ​
ເສັ້ນທາງ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ.

     ໃນ​ໂອກາດ​ນີ້, ທ່ານ ຫວໍ ​ວັນ ​ເຖືອງ ແລະ ການ​ນຳ​ແນວ​ໂຮມ​ປະເທດ​ຊາດ​ຫວຽດນາມ, ແຂວງ​ ຝຸ​ອຽນ ໄດ້​ມອບ​ຂອງຂວັນ​ໃຫ້​
ແກ່​ພະນັກງານ​ຄຸ້ມ​ຄອງ​ການ​ສຶກ​ສາ, ຄູ​ສອນ​ດີເດັ່ນ, ພໍ່​ແມ່​ປະຊາຊົນ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ ແລະ ນັກຮຽນ​ດີເດັ່ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/11/2023